วันศุกร์ที่ 10 มีนาคม พ.ศ. 2560

“ບວດນາກ”

ຄວາມໝາຍຄໍາວ່າ “ບວດນາກ”

ຈະມານໍາສະເໜີກ່ຽວກັບຄໍາວ່າເປັນຫຍັງຈຶ່ງເອີ້ນວ່າ “ບວດນາກ” ກັບຄົນທີ່ຈະເຂົ້າບວດເປັນພະພິຂຸສົງໃນພຸດທະສາສະໜາ ຄໍາວ່າ: “ນາກ” ແປຕາມຄວາມໝາຍຂອງສັບໄດ້ແກ່ຜູ້ປະເສີດ ຜູ້ບໍ່ມີບາບ ໝາຍຄວາມອີກຢ່າງກໍຄືຜູ້ທີ່ຈະໄປບວດນັ້ນເປັນຜູ້ບໍລິສຸດຜຸດຜ່ອງ.
ເຄີຍໄດ້ຍິນຜູ້ເຖົ້າເລົ່າສູ່ຟັງວ່າ: ກ່ອນຈະມີຄໍາວ່າ ”ບວດນາກ” ນັ້ນໄດ້ມີຕໍານານກ່າວໄວ້ວ່າຍັງມີພະຍານາກຕົນໜຶ່ງມີຄວາມເລຶ່ອມໃສໃນພຸດທະສາສະໜາແລ້ວປອມກາຍເປັນມະນຸດມາບວດແຕ່ໃນເມຶ່ອພະພິຂຸຕົນນັ້ນນອນຫຼັບໄປຮ່າງກາຍກໍເລີຍກາຍເປັນນາກ, ເມຶ່ອພິຂຸທັງຫຼາຍເຫັນແນວນັ້ນຈຶ່ງໄດ້ນໍາເອົາເລຶ່ອງດັ່ງກ່າວນັ້ນເຂົ້າໄປທູນແດ່ພະພຸດທະເຈົ້າ,ເມື່ອພະພຸດທະເຈົ້າຊົງສອບຖາມເຫັນຄວາມຈິງ ຈຶ່ງໃຫ້ສິກອອກໄປເລີຍໂດຍໄດ້ຕັດວ່າ: ເຈົ້າເປັນສັດເດຍລະສານຈະມາບວດໃນພຸດທະສາສະໜາບໍ່ໄດ້. ສ່ວນພະຍານາກມີຄວາມອາໄລໃນເພດບວດທີ່ສຸດຈຶ່ງໄດ້ຂາບທູນພະພຸດທະອົງວ່າ: ເຖິງແມ່ນວ່າຈະບໍ່ໄດ້ເປັນເພດສົງກໍຕາມແຕ່ຂໍຝາກຊື່ໄວ້ຄືຜູ້ໃດຈະມາບວດໃນພຸດທະສາສະໜານັ້ນຂໍເອີ້ນວ່າ: ນາກເປັນຊື່ຂອງຜູ້ທີ່ຈະບວດ ແລະ ນັບຕັ້ງແຕ່ນັ້ນມາຈຶ່ງເອີ້ນວ່າ: “ບວດນາກ”
ປະເພນີິການ “ເຄນບວດນາກ” ແຕ່ຄາວກ່ອນນັ້ນ, ກ່ອນຈະຮອດມື້ບວດ 15 ມື້ ພໍ່ແມ່ ແລະ ຍາດຕິພີ່ນ້ອງ ຫຼືວ່າເຈົ້າສັດທາຜູ້ທີ່ຈະເອົານາກບວດນັ້ນຈະໄດ້ຈັດແຈງເອົາຂັນຫ້າແລ້ວພາຜູ້ທີ່ຈະບວດນັ້ນໄປວັດແລ້ວເຄັນຂັນຫ້າມອບໃຫ້ນາກຮຽນຄອງນາກ ແລະ ຂໍ້ວິວັດໃນສົງອຶ່ນໆທີ່ຈໍາເປັນເພຶ່ອຈະນໍາໃຊ້ເມື່ອບວດແລ້ວ, ການມອບໝາຍນາກໃຫ້ໄດ້ຮຽນສິ່ງນີ້ເອີ້ນວ່າ: “ເຄນນາກ” ພໍພຣະສົງຮັບເອົາຂັນແລ້ວກໍລັ່ນຄ້ອງລັ່ນກອງເພື່ອປະກາດໃຫ້ຜູ້ອື່ນຮັບຮູ້ ແລະ ອະນຸໂມທະນາສາທຸການເອົາບຸນນໍາກັນ.
ປະເພນີການປ່ອຍນາກ: ເມື່ອນາກໄດ້ຮໍ່າຮຽນຄອງນາກ ແລະ ມີຄວາມຮູ້ຕ່າງໆແນ່ແລ້ວ, ກ່ອນຈະບວດສອງ-ສາມມື້ເພີ່ນເປີດໂອກາດໃຫ້ນາກໄປສົມມາຄາລະວະພໍ່ແມ່ພີ່ນ້ອງ ຫຼືໄປຂໍຄາມາລາໂທດຕໍ່ຜູ້ຫຼັກຜູ້ໃຫຍ່ທີ່ເຄົາລົບນັບຖື ແລະ ບອກລາໝູ່ຄູ່ຕະຫຼອດເຖິງການຊໍາລະໜີ້ສິນເພື່ອວ່າໄປບວດແລ້ວຈະບໍ່ໄດ້ກັງວົນ ໃນເວລາບໍາເພັນສໍາມະນະທໍາ ຫຼືວຽກງານຂອງສາສະໜາອື່ນໆການເຮັດແນວນີ້ເອີ້ນວ່າ: “ການປ່ອຍນາກ”.
ກອງບວດ: ໄດ້ແກ່ກອງບຸນທີ່ປະກອບດ້ວຍສໍາມະນະບໍລິຂານຂອງພຣະຜູ້ທີ່ບວດໃໝ່ນັ້ນເອງ ການບວດນັ້ນເພີ່ນນິຍົມຕັ້ງກອງບວດເພື່ອເປັນການສົມໂພດສະຫຼອງ ແລະ ໃຫ້ຍາດຕິພີ່ນ້ອງໄດ້ມາຮ່ວມເອົາບຸນນໍາກັນ, ຖ້າໃນກອງບວດມີຫຼາຍໆກອງຈະຈັດຕັ້ງຢູ່ວັດຮ່ວມກັນກໍໄດ້ ຫຼື ຢູ່ບ່ອນໃດບ່ອນໜຶ່ງທີ່ສະດວກສະບາຍ ແລະ ເໝາະສົມ, ທັງນີ້ກໍເພື່ອຄວາມສະດວກໃນການນິມົນພະສົງມາໃນພິທີ. ການປະກອບຕັ້ງກອງບຸນຕອນແລງເວລາ 4-5 ໂມງມີການສູດປະລິດຕະມຸງຄຸນແລ້ວກໍຟັງເທດໜຶ່ງກັນ, ຕອນກາງຄືນມີການຄົບງັນຕາມປະເພນີ, ຕອນເຊົ້າມື້ໃໝ່ຖວາຍສັງຄະທານແລ້ວກໍສູດຂວັນນາກຈາກນັ້ນຈຶ່ງມີການແຫ່ກອງບຸນ.
ປະເພນີການແຫ່ນາກ: ແມ່ນເຮັດຕາມຖານະຂອງເຈົ້າສັດທາ, ບາງສັດທາກໍເອົາມ້າແຫ່, ບາງສັດທາກໍແຫ່ກັນໄປດ້ວຍການຍ່າງ, ການແຫ່ດ້ວຍມ້ານັ້ນຄົງຖືກັນວ່າຕອນເຈົ້າຊາຍສີສັດທະອອກບວດນັ້ນກໍໄດ້ຂີ່ມ້າກັນຖະກະສະເດັດອອກໄປ, ຖ້າຕັ້ງກອງຢູ່ບ້ານກໍແຫ່ແຕ່ບ້ານໄປຫາວັດ, ຖ້າຕັ້ງກອງຢູ່ວັດກໍແຫ່ອ້ອມວັດນັ້ນໂລດ.
ບັນດາທ່ານທີ່ຮັກແພງ ກ່ຽວກັບຄວາມໝາຍ, ປະຫວັດຄວາມເປັນມາ, ພິທີການບວດ ແລະ ການແຫ່ນາກຕ່າງໆທີ່ໄດ້ກ່າວມານັ້ນແມ່ນມີຄວາມສໍາຄັນຫຼາຍສໍາລັບຄົນລາວຊາວພຸດທຸກຄົນບໍ່ຄວນເບິ່ງຂ້າມ ແລະ ພ້ອມກັນປົກປັກຮັກສາຮີດເກົ່າຄອງເດີມນີ້ໄວ້ໃຫ້ລູກຫຼານທີ່ເກີດໃໝ່ໃຫຍ່ລຸນໄດ້ສຶກສາຮໍ່າຮຽນເອົາໄວ້ ເພື່ອສືບທອດໃຫ້ຄົນລຸ້ນໃໝ່ຕໍ່ໆກັນໄປ.

ไม่มีความคิดเห็น:

แสดงความคิดเห็น