“ສິນຫ້າ”
ທີ່ຊາວພຸດຄວນປະຕິບັດ
ສະບາຍດີບັນດາທ່ານທີ່ຮັກແພງ
ເມື່ອເວົ້າເຖິງ “ສິນຫ້າ” ຫຼາຍທ່ານກໍຄົງຈະເຄີຍໄດ້ຍິນມາແລ້ວ ແລະ
ເຊື່ອວ່າບາງທ່ານອາດຈະຮູ້ຄວາມໝາຍຂອງມັນມາກ່ອນແລ້ວ
ແຕ່ສໍາລັບທ່ານໃດທີ່ຍັງບໍ່ຮູ້ຄວາມ
ໝາຍມື້ນີ້ ທາງເວັບໄຊທາເກັດຂອງພວກເຮົາມີຄໍາຕອບ. ເຊິ່ງແປຕາມຕົວຄໍາວ່າ ສິນ ຫຼື
ສິລະ ແມ່ນແປວ່າ: ປົກກະຕິ ຫຼື ແປວ່າຂໍ້ປະຕິບັດກໍໄດ້ ສິນມີຫຼາຍປະເພດເຊັ່ນ: ສິນຫ້າ, ສິນແປດ, ສິນສິບ, ສິນສອງຮ້ອຍຊາວເຈັດ, ສິນສາມຮ້ອຍສິບເອັດ ມີທັງສິນຂອງຊາວບ້ານ ແລະ
ສິນຂອງນັກບວດ, ແຕ່ໃນມື້ນີ້ພວກເຮົາຈະມາກ່າວເຖິງ
“ສິນຫ້າ” ທີ່ປັນຍາຊົນທົ່ວໄປຄວນຈະປະຕິບັດດັ່ງນີ້:
ສິນຂໍ້ໜຶ່ງ:
(ປານາທິປາຕາເວຣະມະນີສິຂາປະທັງສໍາມາທິຍາມິ) ບໍ່ບຽດບຽນສິ່ງທີ່ມີຊີວິດ (ລວມທັງຄົນ ແລະ
ສັດ) ໝາຍຄວາມວ່າ: ສິ່ງໃດທີ່ມີຊີວິດ ມີລົມຫາຍໃຈບໍ່ໃຫ້ບຽດບຽນ ບໍ່ໃຫ້ຂ້າ
ບໍ່ໃຫ້ທໍາຮ້າຍ ເພາະທໍາມະດາຂອງສິ່ງທີ່ມີຊີວິດໃຜໆກໍລ້ວນແຕ່ຮັກຊີວິດຂອງຕົນເອງທັງນັ້ນ
ຜູ້ໃຫ້ຊີວິດເຮົາຄືຜູ້ທີ່ທໍາດີທີ່ສຸດຕໍ່ເຮົາ
ຜູ້ມາທໍາຮ້າຍຊີວິດເຮົາຄືຜູ້ທີ່ກະທໍາອັນຊົ່ວຮ້າຍທີ່ສຸດຕໍ່ເຮົາ.
ສິນຂໍ້ສອງ:
(ອະທິນາທະນາເວຣະມະນີສິຂາປະທັງສໍາມາທິຍາມິ)
ບໍ່ລັກເອົາວັດຖຸຕ່າງໆທີ່ມີເຈົ້າຂອງແລ້ວໂດຍທີ່ເຈົ້າຂອງບໍ່ໄດ້ອະນຸຍາດໃຫ້ ໝາຍຄວາມວ່າ:
ສິ່ງໃດກໍຕາມທີ່ບໍ່ແມ່ນຂອງຕົນເອງຫ້າມຈັບ ຫຼື ລັກເອົາມາເປັນຂອງຕົນເອງຢ່າງເດັດຂາດ.
ສິນຂໍ້ສາມ:
(ກາເມສຸມິສາຈາຣະເວຣະມະນີສິຂາປະທັງສໍາມາທິຍາມິ)
ບໍ່ປະພຶດຜິດຈະລິຍະທໍາທາງເພດໝາຍຄວາມວ່າ: ບໍ່ຫຍຸ້ງກ່ຽວກັບລູກເມຍ ຫຼື ຜົວຂອງຄົນອື່ນ
ເຊິ່ງຂັດຕໍ່ປະເພນີອັນດີງາມຂອງລາວ ແລະ ຜິດຕໍ່ກົດໝາຍບ້ານເມືອງນໍາອີກ.
ສິນຂໍ້ສີ່:
(ມຸສາວາທາເວຣະມະນີສິຂາປາທັງສໍາມາທິຍາມິ) ບໍ່ເວົ້າສິ່ງທີ່ບໍ່ແມ່ນຄວາມຈິງໝາຍຄວາມວ່າ:
ສິ່ງໃດກໍຕາມທີ່ບໍ່ແມ່ນຄວາມຈິງ ຫຼື ບໍ່ມີຄວາມຈິງບໍ່ຄວນເວົ້າ
ເພາະເວົ້າໄປແລ້ວອາດຈະເຮັດໃຫ້ຕົນເອງ ແລະ ຄົນອື່ນເດືອດຮ້ອນໄດ້.
ສິນຂໍ້ຫ້າ:
(ສຸຣາເມຣະຍະມັສສະປະມາທະຖານະເວຣະມະນີສິຂາປະທັງສໍາມາທິຍາມິ) ບໍ່ດື່ມສິ່ງມືນເມົາ ແລະ
ສິ່ງເສບຕິດປະເພດຕ່າງໆອັນເປັນເຫດໃຫ້ເກີດຄວາມປະໝາດຂາດສະຕິ
ສິນຂໍ້ນີ້ສໍາຄັນຫຼາຍເພາະຖ້າປະພຶດຜິດສິນຂໍ້ນີ້ແລ້ວຂໍ້ອື່ນໆກໍມີໂອກາດຜິດເຊັ່ນດຽວກັນ.
ບັນດາທ່ານນີ້ກໍຄື
“ສິນຫ້າ” ເຊິ່ງເປັນຂໍ້ປະຕິບັດທີ່ສໍາຄັນທີ່ສຸດ, ສັງຄົມໃດກໍຕາມທີ່ມີຄົນປະຕິບັດສິນຫ້າຂໍ້ນີ້ໄດ້ ສັງຄົມນັ້ນຍ່ອມມີຄວາມສະຫງົບສຸກ
ບໍ່ມີການບຽດບຽນ ບໍ່ມີຄົນອິດສາກັນ ບໍ່ມີຄົນຂີ້ລັກ ບໍ່ມີຄົນປະພຶດຜິດຈາລິຍະທໍາທາງເພດ
ບໍ່ມີຄົນນອກໃຈສາມີພັນລະຍາ ບໍ່ມີຄົນຂີ້ຕົວະ ບໍ່ມີຄົນເສບສິ່ງເສບຕິດ, ມືນເມົາ
ດັ່ງນັ້ນຜູ້ອ່ານລອງຄິດເບິ່ງວ່າສົງຄົມມະນຸດຈະເປັນຕາຢູ່ຂຶ້ນສໍ່າໃດ? ສັງຄົມມີສັນຕິສຸກຄອບຄົວອົບອຸ່ນ ຄົນມີສິນທໍາ
ມີຈິດໃຈເມດຕາກະລຸນາ ຊ່ວຍເຫຼືອເກື້ອກູນເຊີ່ງກັນ ແລະ
ກັນແບບນີ້ແລ້ວຈະບໍ່ໃຫ້ເປັນແດນສະຫວັນໄດ້ແນວໃດ ເພາະເມືອງສະຫວັນນັ້ນເປັນຊື່ສະຖານທີ່
ທີ່ມີແຕ່ຄວາມສຸກສະບາຍ ເປັນແດນຂອງຄົນມີສິນທັມ ການປະຕິບັດສິນມີອະນີິສົງຢ່າງໃຫຍ່ຫຼວງ
ບຸກຄົນໃດກໍມີຕາມຕ້ອງການຄວາມຈະເລີນຮຸ່ງເຮືອງໃນຊີວິດ
ຈຶ່ງຈໍາເປັນຢ່າງຍິ່ງຕໍ່ການປະຕິບັດສິນ ຫຼື ການຮັກສາສິນ.
ສິນເປັນກໍາແພງກັ້ນບໍ່ໃຫ້ຕົກໄປສູ່ທີ່ຊົ່ວຄືນະລົກເປັນຕົ້ນ, ສິນເປັນຂັ້ນໄດເພື່ອກ້າວໄປສູ່ຄວາມມີຊີວິດທີ່ດີ
ສຸກສະບາຍທັງໃນຊາດນີ້ ແລະ ຊາດໜ້າ. ພຣະພຸດທະເຈົ້າສັນລະເສີນບຸກຄົນທີ່ປະຕິບັດສິນວ່າ:
ເປັນຜູ້ທີ່ເກີດມາໂດຍບໍ່ເສຍຊາດເກີດ ມີຄວາມເປັນມະນຸດໂດຍສົມບູນ.
ບຸກຄົນມີສິນລະທັມຍ່ອມມີຈິດໃຈເບີກບານ, ແຈ່ມໃສ, ສະຫງົບ ໂດຍບໍ່ມີຄວາມທຸກຮ້ອນໃຈ.
ไม่มีความคิดเห็น:
แสดงความคิดเห็น