วันศุกร์ที่ 10 มีนาคม พ.ศ. 2560

"ຍອດຊໍ່ຟ້າ"

ຄວາມໝາຍຂອງ "ຍອດຊໍ່ຟ້າ"

ສະບາຍດີບັນດາທ່ານທີ່ຮັກແພງ ມື້ນີ້ພວກເຮົາຈະພາບັນດາທ່ານໄປຮູ້ຈັກກັບຄວາມໝາຍຂອງ “ຍອດຊໍ່ຟ້າ” ຍອດຊໍ່ຟ້າຢູ່ທີ່ຫຼັງຄາຂອງອາຮາມ (ສີມ) ນັ້ນແມ່ນມີຄວາມເຊື່ອ ແລະ ເປັນສັນຍາລັກຂອງສະຫວັນຊັ້ນຟ້າ ເຊິ່ງມີຄວາມເຊື່ອໃນພຸດທະປະຫວັດກໍຄື: ພຣະທັມມະຈັກກັບປະວັດຕະນະສູດ ເຊິ່ງເປັນປະຖົມມະບົດຂອງທັມມະເທດສະໜາ ກັນທຳອິດຂອງພຣະສັມມາສັມພຸດທະເຈົ້າ ທີ່ພຣະອົງໄດ້ຊົງໂປຣດເທດສະໜາແກ່ “ປັນຈະວັກຄີ” ທັງຫ້າອົງ ເຊິ່ງມີເນື້ອໃນກ່າວເຖິງ ຕອນທີ່ພຣະພຸດທະເຈົ້າກຳລັງປະຕິບັດຕົນເພື່ອປະຕິເສດທາງສອງສາຍຄື: ບໍ່ເຄັ່ງເກີນໄປ ແລະ ບໍ່ຍານເກີນໄປ (ເຄັ່ງຫຼາຍຈົນຂາດ, ຍານຫຼາຍສຽງບໍ່ມ່ວນ) ແລ້ວປະຕິບັດທາງສາຍກາງ (ບໍ່ເຄັ່ງເກີນ, ບໍ່ຍານເກີນ) ອັນເປັນແບບຢ່າງທີ່ປະຕິບັດທີ່ຖືກຕ້ອງໃຫ້ແກ່ມວນມະນຸດ ແລະ ມີເນື້ອໃນສະແດງເຖິງຂັ້ນຕອນ ແລະ ການປະຕິບັດໃຫ້ບັນລຸເຖິງ “ອະຣິຍະສັດສີ່” ເພື່ອດໍາເນີນຂັ້ນຕອນການປະພຶດປະຕິບັດ ແລະ ເຂົ້າໃຈຂອງຄວາມເປັນທຸກ,ໂລມ,ໂກດ,ຫຼົງເພື່ອໄປສູ່ “ພຣະນິພານ” ເຊິ່ງເປັນເປົ້າໝາຍ ແລະ ຈຸດໝາຍສູງສຸດຂອງພຸດທະສາສະໜາ ໃນເວລາທີ່ພຣະພຸດທະເຈົ້າ ກໍາລັງເທດສະໜາ “ທັມມະຈັກກັບປະວັດຕະນະສູດ” ຢູ່ນັ້ນ ດວງພຣະເນດພຣະອົງໄດ້ສ່ອງເຫັນ15 ຊັ້ນນາຮົກ, 16 ຊັ້ນສະຫວັນ.
ສະນັ້ນ, ບູຮານລາວຈຶ່ງນິຍົມຖືເອົາຂໍ້ນີ້ເປັນຂໍ້ສູງ (16ຊັ້ນຟ້າ ແລະ 15ຊັ້ນດິນ) ແລະ ໄດ້ປະຕິບັດການເຮັດຍອດຊໍ່ຟ້າ ຫຼັງຄາຂອງວັດຕາມຂໍ້ຄະຕິດັ່ງກ່າວ ເພື່ອບັນລຸເປົ້າໝາຍຂອງພຸດທະສາສະໜາ ເພື່ອໃຫ້ຕົນໄດ້ບັນລຸໄປເຖິງສະຫວັນຊັ້ນອະກະນິດຖາ ທີ່ເປັນຊັ້ນສູງສຸດຂອງສວງສະຫວັນ.
ລຳດັບຊັ້ນຂອງສວງສະຫວັນ ຕາມການແບ່ງໄຕຣພູມມີຄື :
1. ປະຣະນິມມິຕະວະສະວະຕີ.
2. ພຣົມມະປະຣິສັດຊາ.
3. ພຣົມມະປຸໂຣຫິຕາ.
4. ມະຫາພຣົມມາ.
5. ປະຣິດຕາພາ.
6. ອັປປະມານາພາ.
7. ອາພັດສະຣາ.
8. ປະຣິດຕະສຸພາ.
9. ອັປປະມານະສຸພາ.
10. ສຸພະກິນຫາ.
11. ເວຫັບຜະລາ.
12. ອະເວຫາ.
13. ອະຕັບປາ.
14. ສຸທັດສາ.
15. ສຸທັດສີ.
16. ອະກະນິດຖາ.
ດັ້ງນັ້ນ ການເຮັດຍອດຊໍ່ຟ້າສ່ວນຫຼາຍ ແມ່ນນິຍົມຕາມຫຼັກດັ່ງກ່າວ ແລະ ເພິ່ນໄດ້ບວກມະນຸດໂລກເຂົ້າໄປອີກຫນຶ່ງຊັ້ນ ດັ່ງນັ້ນພວກເຮົາຈຶ່ງສາມາດສັງເກດເຫັນວ່າ: ຍອດຊໍ່ຟ້າຫຼາຍສຸດ ຈະມີ 17 ຍອດ.
ໃນອະດີດນັ້ນເພິ່ນໄດ້ກຳນົດຊັ້ນຊໍ່ຟ້າໄວ້ດັ່ງນີ້:
1.  ຖ້າເປັນວັດທີ່ເຈົ້າມະຫາຊີວິດ ຈາກວັງຫຼວງຊົງສ້າງແມ່ນ ໃຫ້ເຮັດຍອດເຄິ່ງກາງເກົ້າຊັ້ນ
2. ຖ້າເປັນວັດທີ່ເຈົ້າມະຫາຊີວິດ ຈາກວັງໜ້າ, ວັງຫຼັງ ແລະ ວັງກາງຊົງສ້າງ ໃຫ້ເຮັດຍອດຢູ່ເຄິ່ງກາງເຈັດຊັ້ນ.
ຖ້າເປັນວັດທີ່ອາມາດ ແລະ ຂຸນນາງຊົງສ້າງ ໃຫ້ເຮັດຍອດເຄິ່ງກາງຫ້າຊັ້ນ.

ຖ້າເປັນວັດທີ່ປະຊາຊົນພາກັນສ້າງ ໃຫ້ເຮັດຍອດເຄິ່ງກາງສາມຊັ້ນ.

“ສິນຫ້າ”


“ສິນຫ້າ” ທີ່ຊາວພຸດຄວນປະຕິບັດ

ສະບາຍດີບັນດາທ່ານທີ່ຮັກແພງ ເມື່ອເວົ້າເຖິງ “ສິນຫ້າ” ຫຼາຍທ່ານກໍຄົງຈະເຄີຍໄດ້ຍິນມາແລ້ວ ແລະ ເຊື່ອວ່າບາງທ່ານອາດຈະຮູ້ຄວາມໝາຍຂອງມັນມາກ່ອນແລ້ວ ແຕ່ສໍາລັບທ່ານໃດທີ່ຍັງບໍ່ຮູ້ຄວາມ  ໝາຍມື້ນີ້ ທາງເວັບໄຊທາເກັດຂອງພວກເຮົາມີຄໍາຕອບ. ເຊິ່ງແປຕາມຕົວຄໍາວ່າ ສິນ ຫຼື ສິລະ ແມ່ນແປວ່າ: ປົກກະຕິ ຫຼື ແປວ່າຂໍ້ປະຕິບັດກໍໄດ້ ສິນມີຫຼາຍປະເພດເຊັ່ນ: ສິນຫ້າ, ສິນແປດ, ສິນສິບ, ສິນສອງຮ້ອຍຊາວເຈັດ, ສິນສາມຮ້ອຍສິບເອັດ ມີທັງສິນຂອງຊາວບ້ານ ແລະ ສິນຂອງນັກບວດ, ແຕ່ໃນມື້ນີ້ພວກເຮົາຈະມາກ່າວເຖິງ “ສິນຫ້າ” ທີ່ປັນຍາຊົນທົ່ວໄປຄວນຈະປະຕິບັດດັ່ງນີ້:
ສິນຂໍ້ໜຶ່ງ: (ປານາທິປາຕາເວຣະມະນີສິຂາປະທັງສໍາມາທິຍາມິ) ບໍ່ບຽດບຽນສິ່ງທີ່ມີຊີວິດ (ລວມທັງຄົນ ແລະ ສັດ) ໝາຍຄວາມວ່າ: ສິ່ງໃດທີ່ມີຊີວິດ ມີລົມຫາຍໃຈບໍ່ໃຫ້ບຽດບຽນ ບໍ່ໃຫ້ຂ້າ ບໍ່ໃຫ້ທໍາຮ້າຍ ເພາະທໍາມະດາຂອງສິ່ງທີ່ມີຊີວິດໃຜໆກໍລ້ວນແຕ່ຮັກຊີວິດຂອງຕົນເອງທັງນັ້ນ ຜູ້ໃຫ້ຊີວິດເຮົາຄືຜູ້ທີ່ທໍາດີທີ່ສຸດຕໍ່ເຮົາ ຜູ້ມາທໍາຮ້າຍຊີວິດເຮົາຄືຜູ້ທີ່ກະທໍາອັນຊົ່ວຮ້າຍທີ່ສຸດຕໍ່ເຮົາ.
ສິນຂໍ້ສອງ: (ອະທິນາທະນາເວຣະມະນີສິຂາປະທັງສໍາມາທິຍາມິ) ບໍ່ລັກເອົາວັດຖຸຕ່າງໆທີ່ມີເຈົ້າຂອງແລ້ວໂດຍທີ່ເຈົ້າຂອງບໍ່ໄດ້ອະນຸຍາດໃຫ້ ໝາຍຄວາມວ່າ: ສິ່ງໃດກໍຕາມທີ່ບໍ່ແມ່ນຂອງຕົນເອງຫ້າມຈັບ ຫຼື ລັກເອົາມາເປັນຂອງຕົນເອງຢ່າງເດັດຂາດ.
ສິນຂໍ້ສາມ: (ກາເມສຸມິສາຈາຣະເວຣະມະນີສິຂາປະທັງສໍາມາທິຍາມິ) ບໍ່ປະພຶດຜິດຈະລິຍະທໍາທາງເພດໝາຍຄວາມວ່າ: ບໍ່ຫຍຸ້ງກ່ຽວກັບລູກເມຍ ຫຼື ຜົວຂອງຄົນອື່ນ ເຊິ່ງຂັດຕໍ່ປະເພນີອັນດີງາມຂອງລາວ ແລະ ຜິດຕໍ່ກົດໝາຍບ້ານເມືອງນໍາອີກ.
ສິນຂໍ້ສີ່: (ມຸສາວາທາເວຣະມະນີສິຂາປາທັງສໍາມາທິຍາມິ) ບໍ່ເວົ້າສິ່ງທີ່ບໍ່ແມ່ນຄວາມຈິງໝາຍຄວາມວ່າ: ສິ່ງໃດກໍຕາມທີ່ບໍ່ແມ່ນຄວາມຈິງ ຫຼື ບໍ່ມີຄວາມຈິງບໍ່ຄວນເວົ້າ ເພາະເວົ້າໄປແລ້ວອາດຈະເຮັດໃຫ້ຕົນເອງ ແລະ ຄົນອື່ນເດືອດຮ້ອນໄດ້.
ສິນຂໍ້ຫ້າ: (ສຸຣາເມຣະຍະມັສສະປະມາທະຖານະເວຣະມະນີສິຂາປະທັງສໍາມາທິຍາມິ) ບໍ່ດື່ມສິ່ງມືນເມົາ ແລະ ສິ່ງເສບຕິດປະເພດຕ່າງໆອັນເປັນເຫດໃຫ້ເກີດຄວາມປະໝາດຂາດສະຕິ ສິນຂໍ້ນີ້ສໍາຄັນຫຼາຍເພາະຖ້າປະພຶດຜິດສິນຂໍ້ນີ້ແລ້ວຂໍ້ອື່ນໆກໍມີໂອກາດຜິດເຊັ່ນດຽວກັນ.
ບັນດາທ່ານນີ້ກໍຄື “ສິນຫ້າ” ເຊິ່ງເປັນຂໍ້ປະຕິບັດທີ່ສໍາຄັນທີ່ສຸດ, ສັງຄົມໃດກໍຕາມທີ່ມີຄົນປະຕິບັດສິນຫ້າຂໍ້ນີ້ໄດ້ ສັງຄົມນັ້ນຍ່ອມມີຄວາມສະຫງົບສຸກ ບໍ່ມີການບຽດບຽນ ບໍ່ມີຄົນອິດສາກັນ ບໍ່ມີຄົນຂີ້ລັກ ບໍ່ມີຄົນປະພຶດຜິດຈາລິຍະທໍາທາງເພດ ບໍ່ມີຄົນນອກໃຈສາມີພັນລະຍາ ບໍ່ມີຄົນຂີ້ຕົວະ ບໍ່ມີຄົນເສບສິ່ງເສບຕິດ, ມືນເມົາ ດັ່ງນັ້ນຜູ້ອ່ານລອງຄິດເບິ່ງວ່າສົງຄົມມະນຸດຈະເປັນຕາຢູ່ຂຶ້ນສໍ່າໃດ? ສັງຄົມມີສັນຕິສຸກຄອບຄົວອົບອຸ່ນ ຄົນມີສິນທໍາ ມີຈິດໃຈເມດຕາກະລຸນາ ຊ່ວຍເຫຼືອເກື້ອກູນເຊີ່ງກັນ ແລະ ກັນແບບນີ້ແລ້ວຈະບໍ່ໃຫ້ເປັນແດນສະຫວັນໄດ້ແນວໃດ ເພາະເມືອງສະຫວັນນັ້ນເປັນຊື່ສະຖານທີ່ ທີ່ມີແຕ່ຄວາມສຸກສະບາຍ ເປັນແດນຂອງຄົນມີສິນທັມ ການປະຕິບັດສິນມີອະນີິສົງຢ່າງໃຫຍ່ຫຼວງ ບຸກຄົນໃດກໍມີຕາມຕ້ອງການຄວາມຈະເລີນຮຸ່ງເຮືອງໃນຊີວິດ ຈຶ່ງຈໍາເປັນຢ່າງຍິ່ງຕໍ່ການປະຕິບັດສິນ ຫຼື ການຮັກສາສິນ. ສິນເປັນກໍາແພງກັ້ນບໍ່ໃຫ້ຕົກໄປສູ່ທີ່ຊົ່ວຄືນະລົກເປັນຕົ້ນ, ສິນເປັນຂັ້ນໄດເພື່ອກ້າວໄປສູ່ຄວາມມີຊີວິດທີ່ດີ ສຸກສະບາຍທັງໃນຊາດນີ້ ແລະ ຊາດໜ້າ. ພຣະພຸດທະເຈົ້າສັນລະເສີນບຸກຄົນທີ່ປະຕິບັດສິນວ່າ: ເປັນຜູ້ທີ່ເກີດມາໂດຍບໍ່ເສຍຊາດເກີດ ມີຄວາມເປັນມະນຸດໂດຍສົມບູນ. ບຸກຄົນມີສິນລະທັມຍ່ອມມີຈິດໃຈເບີກບານ, ແຈ່ມໃສ, ສະຫງົບ ໂດຍບໍ່ມີຄວາມທຸກຮ້ອນໃຈ.

“ບວດນາກ”

ຄວາມໝາຍຄໍາວ່າ “ບວດນາກ”

ຈະມານໍາສະເໜີກ່ຽວກັບຄໍາວ່າເປັນຫຍັງຈຶ່ງເອີ້ນວ່າ “ບວດນາກ” ກັບຄົນທີ່ຈະເຂົ້າບວດເປັນພະພິຂຸສົງໃນພຸດທະສາສະໜາ ຄໍາວ່າ: “ນາກ” ແປຕາມຄວາມໝາຍຂອງສັບໄດ້ແກ່ຜູ້ປະເສີດ ຜູ້ບໍ່ມີບາບ ໝາຍຄວາມອີກຢ່າງກໍຄືຜູ້ທີ່ຈະໄປບວດນັ້ນເປັນຜູ້ບໍລິສຸດຜຸດຜ່ອງ.
ເຄີຍໄດ້ຍິນຜູ້ເຖົ້າເລົ່າສູ່ຟັງວ່າ: ກ່ອນຈະມີຄໍາວ່າ ”ບວດນາກ” ນັ້ນໄດ້ມີຕໍານານກ່າວໄວ້ວ່າຍັງມີພະຍານາກຕົນໜຶ່ງມີຄວາມເລຶ່ອມໃສໃນພຸດທະສາສະໜາແລ້ວປອມກາຍເປັນມະນຸດມາບວດແຕ່ໃນເມຶ່ອພະພິຂຸຕົນນັ້ນນອນຫຼັບໄປຮ່າງກາຍກໍເລີຍກາຍເປັນນາກ, ເມຶ່ອພິຂຸທັງຫຼາຍເຫັນແນວນັ້ນຈຶ່ງໄດ້ນໍາເອົາເລຶ່ອງດັ່ງກ່າວນັ້ນເຂົ້າໄປທູນແດ່ພະພຸດທະເຈົ້າ,ເມື່ອພະພຸດທະເຈົ້າຊົງສອບຖາມເຫັນຄວາມຈິງ ຈຶ່ງໃຫ້ສິກອອກໄປເລີຍໂດຍໄດ້ຕັດວ່າ: ເຈົ້າເປັນສັດເດຍລະສານຈະມາບວດໃນພຸດທະສາສະໜາບໍ່ໄດ້. ສ່ວນພະຍານາກມີຄວາມອາໄລໃນເພດບວດທີ່ສຸດຈຶ່ງໄດ້ຂາບທູນພະພຸດທະອົງວ່າ: ເຖິງແມ່ນວ່າຈະບໍ່ໄດ້ເປັນເພດສົງກໍຕາມແຕ່ຂໍຝາກຊື່ໄວ້ຄືຜູ້ໃດຈະມາບວດໃນພຸດທະສາສະໜານັ້ນຂໍເອີ້ນວ່າ: ນາກເປັນຊື່ຂອງຜູ້ທີ່ຈະບວດ ແລະ ນັບຕັ້ງແຕ່ນັ້ນມາຈຶ່ງເອີ້ນວ່າ: “ບວດນາກ”
ປະເພນີິການ “ເຄນບວດນາກ” ແຕ່ຄາວກ່ອນນັ້ນ, ກ່ອນຈະຮອດມື້ບວດ 15 ມື້ ພໍ່ແມ່ ແລະ ຍາດຕິພີ່ນ້ອງ ຫຼືວ່າເຈົ້າສັດທາຜູ້ທີ່ຈະເອົານາກບວດນັ້ນຈະໄດ້ຈັດແຈງເອົາຂັນຫ້າແລ້ວພາຜູ້ທີ່ຈະບວດນັ້ນໄປວັດແລ້ວເຄັນຂັນຫ້າມອບໃຫ້ນາກຮຽນຄອງນາກ ແລະ ຂໍ້ວິວັດໃນສົງອຶ່ນໆທີ່ຈໍາເປັນເພຶ່ອຈະນໍາໃຊ້ເມື່ອບວດແລ້ວ, ການມອບໝາຍນາກໃຫ້ໄດ້ຮຽນສິ່ງນີ້ເອີ້ນວ່າ: “ເຄນນາກ” ພໍພຣະສົງຮັບເອົາຂັນແລ້ວກໍລັ່ນຄ້ອງລັ່ນກອງເພື່ອປະກາດໃຫ້ຜູ້ອື່ນຮັບຮູ້ ແລະ ອະນຸໂມທະນາສາທຸການເອົາບຸນນໍາກັນ.
ປະເພນີການປ່ອຍນາກ: ເມື່ອນາກໄດ້ຮໍ່າຮຽນຄອງນາກ ແລະ ມີຄວາມຮູ້ຕ່າງໆແນ່ແລ້ວ, ກ່ອນຈະບວດສອງ-ສາມມື້ເພີ່ນເປີດໂອກາດໃຫ້ນາກໄປສົມມາຄາລະວະພໍ່ແມ່ພີ່ນ້ອງ ຫຼືໄປຂໍຄາມາລາໂທດຕໍ່ຜູ້ຫຼັກຜູ້ໃຫຍ່ທີ່ເຄົາລົບນັບຖື ແລະ ບອກລາໝູ່ຄູ່ຕະຫຼອດເຖິງການຊໍາລະໜີ້ສິນເພື່ອວ່າໄປບວດແລ້ວຈະບໍ່ໄດ້ກັງວົນ ໃນເວລາບໍາເພັນສໍາມະນະທໍາ ຫຼືວຽກງານຂອງສາສະໜາອື່ນໆການເຮັດແນວນີ້ເອີ້ນວ່າ: “ການປ່ອຍນາກ”.
ກອງບວດ: ໄດ້ແກ່ກອງບຸນທີ່ປະກອບດ້ວຍສໍາມະນະບໍລິຂານຂອງພຣະຜູ້ທີ່ບວດໃໝ່ນັ້ນເອງ ການບວດນັ້ນເພີ່ນນິຍົມຕັ້ງກອງບວດເພື່ອເປັນການສົມໂພດສະຫຼອງ ແລະ ໃຫ້ຍາດຕິພີ່ນ້ອງໄດ້ມາຮ່ວມເອົາບຸນນໍາກັນ, ຖ້າໃນກອງບວດມີຫຼາຍໆກອງຈະຈັດຕັ້ງຢູ່ວັດຮ່ວມກັນກໍໄດ້ ຫຼື ຢູ່ບ່ອນໃດບ່ອນໜຶ່ງທີ່ສະດວກສະບາຍ ແລະ ເໝາະສົມ, ທັງນີ້ກໍເພື່ອຄວາມສະດວກໃນການນິມົນພະສົງມາໃນພິທີ. ການປະກອບຕັ້ງກອງບຸນຕອນແລງເວລາ 4-5 ໂມງມີການສູດປະລິດຕະມຸງຄຸນແລ້ວກໍຟັງເທດໜຶ່ງກັນ, ຕອນກາງຄືນມີການຄົບງັນຕາມປະເພນີ, ຕອນເຊົ້າມື້ໃໝ່ຖວາຍສັງຄະທານແລ້ວກໍສູດຂວັນນາກຈາກນັ້ນຈຶ່ງມີການແຫ່ກອງບຸນ.
ປະເພນີການແຫ່ນາກ: ແມ່ນເຮັດຕາມຖານະຂອງເຈົ້າສັດທາ, ບາງສັດທາກໍເອົາມ້າແຫ່, ບາງສັດທາກໍແຫ່ກັນໄປດ້ວຍການຍ່າງ, ການແຫ່ດ້ວຍມ້ານັ້ນຄົງຖືກັນວ່າຕອນເຈົ້າຊາຍສີສັດທະອອກບວດນັ້ນກໍໄດ້ຂີ່ມ້າກັນຖະກະສະເດັດອອກໄປ, ຖ້າຕັ້ງກອງຢູ່ບ້ານກໍແຫ່ແຕ່ບ້ານໄປຫາວັດ, ຖ້າຕັ້ງກອງຢູ່ວັດກໍແຫ່ອ້ອມວັດນັ້ນໂລດ.
ບັນດາທ່ານທີ່ຮັກແພງ ກ່ຽວກັບຄວາມໝາຍ, ປະຫວັດຄວາມເປັນມາ, ພິທີການບວດ ແລະ ການແຫ່ນາກຕ່າງໆທີ່ໄດ້ກ່າວມານັ້ນແມ່ນມີຄວາມສໍາຄັນຫຼາຍສໍາລັບຄົນລາວຊາວພຸດທຸກຄົນບໍ່ຄວນເບິ່ງຂ້າມ ແລະ ພ້ອມກັນປົກປັກຮັກສາຮີດເກົ່າຄອງເດີມນີ້ໄວ້ໃຫ້ລູກຫຼານທີ່ເກີດໃໝ່ໃຫຍ່ລຸນໄດ້ສຶກສາຮໍ່າຮຽນເອົາໄວ້ ເພື່ອສືບທອດໃຫ້ຄົນລຸ້ນໃໝ່ຕໍ່ໆກັນໄປ.

วันพฤหัสบดีที่ 9 มีนาคม พ.ศ. 2560

"ປັນຈະກະ"


ປັນຈະກະ

ປະໂຫຍດເກີດແຕ່ການຖືໂພຄະຊັບ 5 ຢ່າງ

ສະແຫວງຫາໂພຄະຊັບ ໄດ້ໂດຍທາງທີ່ຊອບແລ້ວ

1. ລ້ຽງຕົວບິດາ ມາຣດາ ບຸດ ພັຣຍາ ບ່າວໄພ່ໃຫ້ເປັນສຸກ.

2. ລ້ຽງເພື່ອນຝູງໃຫ້ເປັນສຸກ.

3. ບຳບັດອັນຕະລາຍທີ່ເກີດແຕ່ເຫດຕ່າງໆ.

4. ທຳພະລິ 5 ຢ່າງ:

    ກ. ຍາຕິພະລິ     ສົງເຄາະຍາດ.

    ຂ. ອຕິຖິພະລິ    ຕ້ອນຮັບແຂກ.

    ຄ. ປຸພພະເປຕພະລິ       ທຳບຸນອຸທິດໃຫ້ຜູ້ຕາຍ.

    ງ. ຣາຊພະລິ       ຖວາຍເປັນຫຼວງ ມີເສຍພາສີອາກອນເປັນຕົ້ນ.

    ຈ. ເທວຕາພະລິ ທຳບຸນອຸທິດໃຫ້ເທວະດາ.

5. ບໍຣິຈາກທານໃນສັມມະນະພຣາມຜູ້ປະພຶດຊອບ.

ອໍ ປັນຈກ 22/85

ສິລ 5

1. ປານາຕິປາຕາ ເວຣມະນີ ເວັ້ນຈາກທຳຊີວິດສັດ ໃຫ້ຕົກລ່ວງໄປ (ຄືຕາຍໄປ).

2. ອະທິນນາທານາ ເວຣມະນີ ເວັ້ນຈາກຖືເອົາສິ່ງຂອງທີ່ເຈົ້າຂອງບໍ່ໄດ້ໃຫ້ ດ້ວຍອາການແຫ່ງຂະໂມຍ.

3. ກາເມສຸ ມິຈສາຈາຣາ ເວຣມະນີ ເວັ້ນຈາກປະພຶດຜິດໃນກາມ.

4. ມຸສາວາທາ ເວຣມະນີ ເວັ້ນຈາກເວົ້າຕົວະ.

5. ສຸຣາເມຣຍະມັຊຊະປະມາທັດຖານາ ເວຣມະນີ ເວັ້ນຈາກດື່ມນ້ຳເມົາ ຄືສຸຣາແລະເມໄຣ ອັນເປັນທີ່ຕັ້ງແຫ່ງຄວາມປະໝາດ.

ສິລ 5 ປະການນີ້ ຄະຣຶຫັດຄວນຮັກສາເປັນນິດ

ອໍ ປັນຈກ 22/226

ມິດສາວະນິຊຊາຄືການຄ້າຂາຍບໍ່ຊອບທັມ 5 ຢ່າງ

1. ຄ້າຂາຍເຄື່ອງປະຫານ.

2. ຄ້າຂາຍມະນຸດ.

3. ຄ້າຂາຍສັດ ເປັນສຳລັບຂ້າເພື່ອເປັນອາຫານ.

4. ຄ້າຂາຍນ້ຳເມົາ.

5. ຄ້າຂາຍຢາຜິດ.

ການຄ້າຂາຍ 5 ຢ່າງນີ້ ເປັນຂໍ້ຫ້າມອຸປາສົກບໍ່ໃຫ້ປະກອບ

ອໍ ປັນຈກ 22/232

ຄຸນສົມບັດຂອງອຸປາສົກ 5 ຢ່າງ

1. ປະກອບດ້ວຍສັດທາ.

2. ມີສິນບໍຣິສຸດ.

3. ບໍ່ຖືມຸງຄຸນຕື່ນຂ່າວ ຄືເຊື່ອກັນ ບໍ່ເຊື່ອມຸງຄຸນ.

4. ບໍ່ສະແຫວງຫາເຂດບຸນນອກພຸດທະສາສະໜາ.

5. ບຳເພັນບຸນແຕ່ໃນພຸດທະສາສະໜາ.

ອຸປາສົກເພິ່ງຕັ້ງຢູ່ໃນສົມບັດ 5 ປະການ ແລະ ເວັ້ນຈາກວິບັດ 5 ປະການ ເຊິ່ງວິປະຣິດຈາກສົມບັດນັ້ນ


ອໍ ປັນຈກ 22/230

"ຈະຕຸກກະ"

ຈະຕຸກກະ

ກັມມະກິເລສ ຄື ກັມເຄື່ອງເສົ້າໝອງ 4 ຢ່າງ

1. ປານາຕິບາດ ທຳຊີວິດສັດໃຫ້ຕົກລ່ວງ.

2. ອະທິນນາທານ ຖືເອົາສິ່ງຂອງທີ່ເຈົ້າຂອງບໍ່ໄດ້ໃຫ້ ດ້ວຍອາການແຫ່ງຂະໂມຍ.

3. ກາເມສຸມິດສາຈານ ປະພຶດຜິດໃນກາມ.

4. ມຸສາວາດ ເວົ້າຕົວະບໍ່ຈິງ.

ກັມ 4 ຢ່າງນີ້ ນັກປຣາດບໍ່ສັນຣະເສີນເລີຍ

ທິ. ປາຕິ 11/195

ອະບາຍະມຸກ ຄື ເຫດເຄື່ອງສິບຫາຍ 4 ຢ່າງ

1. ຄວາມເປັນນັກເລງຍິງ.

2. ຄວາມເປັນນັກເລງສຸຣາ.

3. ຄວາມເປັນນັກເລງຫຼິ້ນການພະນັນ.

4. ຄວາມຄົບຄົນຊົ່ວເປັນມິດ.

ໂທສ 4 ປະການນີ້ ບໍ່ຄວນປະກອບ.

ອໍ. ອທຸຖກ. 23/296

ທິດຖະທັມມີກັດຖະປະໂຫຍດ ຄື ປະໂຫຍດໃນປັດຈຸບັນ 4 ຢ່າງ

1. ອຸດຖານສັມປະທາ ເຖິງພ້ອມດ້ວຍຄວາມໝັ່ນ ໃນການປະກອບກິດເຄື່ອງລ້ຽງຊີວິດກໍດີ ໃນການສຶກສາເລົ່າຮຽນກໍດີ ໃນການທຳທຸຣະໜ້າຂອງຕົນກໍດີ.

2. ອາຣັກຂະສັມປະທາ ເຖິງພ້ອມດ້ວຍການຮັກສາ ຄືຮັກສາຊັບທີ່ສະແຫວງຫາມາໄດ້ດ້ວຍຄວາມໝັ່ນ ບໍ່ໃຫ້ເປັນອັນຕະລາຍກໍດີ ຮັກສາການງານຂອງຕົນບໍ່ໃຫ້ເສື່ອມເສຍໄປກໍດີ.

3. ກັນລະຍານະມິດຕະຕາ ຄືມີເພື່ອນເປັນຄົນດີບໍ່ຄົບຄົນຊົ່ວ.

4. ສະມະຊີວິຕາ ຄວາມລ້ຽງຊີວິດຕາມສົມຄວນ ແກ່ກຳລັງຊັບທີ່ຫາມາໄດ້ ບໍ່ໃຫ້ຟຸມເຟືອຍຫຼາຍ.

ອໍ ອທຖກ 23/294

ສັມປຣາຍິກັດຖະປະໂຫຍດ ຄື ປະໂຫຍດພາຍໜ້າ 4 ຢ່າງ

1. ສັດທາສັມປະທາ ເຖິງພ້ອມດ້ວຍສັດທາຄື ເຊື່ອໃນສິ່ງທີ່ຄວນເຊື່ອເຊັ່ນເຊື່ອວ່າ ທຳດີໄດ້ດີ ທຳຊົ່ວໄດ້ຊົ່ວເປັນຕົ້ນ.

2. ສິລສັມປະທາ ເຖິງພ້ອມດ້ວຍສິນຄື ຮັກສາກາຍວາຈາຮຽບຮ້ອຍດີບໍ່ມີໂທດ.

3. ຈາກສັມປະທາ ເຖິງພ້ອມດ້ວຍການບໍຣິຈາກທານ ເປັນການສະຫຼະສຸກໃຫ້ແກ່ຜູ້ອື່ນ.

4. ປັນຍາສັມປະທາ ເຖິງພ້ອມດ້ວຍປັນຍາ ຮູ້ຈັກບາບ, ບຸນ, ຄຸນ, ໂທດ ແລະ ປະໂຫຍດ ບໍ່ແມ່ນປະໂຫຍດເປັນຕົ້ນ.

ອໍ ອັທພຖກ 23/297

ມິດຕະປະຕິຮູບ ຄື ຄົນທຽມມິດ 4 ຈຳພວກ

1. ຄົນປອກລອກ.

2. ຄົນດີແຕ່ເວົ້າ.

3. ຄົນຫົວປະຈົບ.

4. ຄົນຊັກຊວນໃນທາງສິບຫາຍ.

ຄົນ 4 ຈຳພວກນີ້ ບໍ່ແມ່ນມິດ ເປັນແຕ່ຄົນທຽມມິດ ບໍ່ຄວນຄົບ

ທິ ປາຕິ 11/199

ຄົນປອກລອກ ມີລັກສະນະ 4

1. ຄິດເອົາແຕ່ໄດ້ຝ່າຍດຽວ.

2. ເສຍໃຫ້ໜ້ອຍ ຄິດເອົາໃຫ້ໄດ້ຫຼາຍ.

3. ເມື່ອມີໄພແກ່ຕົວ ຈຶ່ງຮັບທຳກິດຂອງເພື່ອນ.

4. ຄົບເພື່ອນເພາະເຫັນແກ່ປະໂຫຍດຂອງຕົວ.

ທິ ປາຕິ 11/199

ຄົນດີແຕ່ເວົ້າ ມີລັກສະນະ 4

1. ເກັບເອົາຂອງລ່ວງແລ້ວ ມາປາໄສ.

2. ອ້າງເອົາຂອງທີ່ຍັງບໍ່ມີ ມາປາໄສ.

3. ສົງເຄາະດ້ວຍສິ່ງທີ່ຫາປະໂຫຍດບໍ່ໄດ້.

4. ອອກປາກເພິ່ງບໍ່ໄດ້.

ທິ ປາຕິ 11/200

ຄົນຫົວປະຈົບ ມີລັກສະນະ 4

1. ຈະທຳຊົ່ວກໍຄ້ອຍຕາມ.

2. ຈະທຳດີກໍຄ້ອຍຕາມ.

3. ຕໍ່ໜ້າວ່າສັນຣະເສີນ.

4. ລັບຫຼັງຕັ້ງນິນທາ.

ທິ ປາຕິ 11/200

ຄົນຊັກຊວນໃນທາງສິບຫາຍ ມີລັກສະນະ 4

1. ຊັກຊວນດື່ມນ້ຳເມົາ.

2. ຊັກຊວນທ່ຽວກາງຄືນ.

3. ຊັກຊວນໃຫ້ມົວເມົາໃນການຫຼິ້ນ.

4. ຊັກຊວນຫຼິ້ນການພະນັນ.

ທິ ປາຕິ 11/200

ມິດແທ້ 4 ຈຳພວກ

1. ມິດມີອຸປາກາຣະ.

2. ມິດຮ່ວທຸກຮ່ວມສຸກ.

3. ມິດແນະປະໂຫຍດ.

4. ມິດມີຄວາມຮັກໄຄ່.

ມິດ 4 ຈຳພວກນີ້ ເປັນມິດແທ້ຄວນຄົບ

ທິ ປາຕິ 11/120

ມິດມີີອຸປະກາຣະ ມີລັກສະນະ 4

1. ປ້ອງກັນເພື່ອນຜູ້ປະມາດເເລ້ວ.

2. ປ້ອງກັນຊັບສົມບັດຂອງເພື່ອນຜູ້ປະມາດເເລ້ວ.

3. ເມື່ອມີໄພ ເປັນທີ່ເພິ່ງພຳນັກໄດ້

4. ເມື່ອມີທຸຣະ ຊ່ວຍອອກຊັບໃຫ້ເກີນກວ່າທີ່ອອກປາກ.

5.    ທິປະຕິ 11/201

ມິດຮ່ວມສຸກຮ່ວມທຸກ ມີລັກສະນະ 4

1. ຂະຫຍາຍຄວາມລັບຂອງຕົ້ນເເກ່ເພື່ອນ.

2. ປິດຄວມລັບຂອງເພື່ອນບໍ່ໃຫ້ເເພ່ງພາຍ.

3. ບໍ່ລະຖິ້ມເພື່ອນໃນຍາມວິບັດ.

4. ແມ່ນຊີວິດກໍອາດສະລະແທນໄດ້.

ທິປະຕິ 11/201

ມິດແນະປະໂຍດ ມີລັກສະນະ 4

1. ຫ້າມບໍໃຫ້ເຮັດຄວາມຊົ່ວ.

2. ແນະນໍຳໃຫ້ຕັ້ງຢູ່ໃນຄວາມດີ.

3. ໃຫ້ຟັ້ງສິ່ງທີ່ບໍ່ເຄີຍຟັ້ງ.

4. ບອກທາງສະຫວັນໃຫ້.

ທິປະຕິ 11/201

ມິດມີຄວາມຮັກໄຄ່ ມີລັກສະນະ 4

1. ເມື່ອທຸກໆດ້ວຍ.

2. ເມື່ອຄວາມສຸກໆດ້ວຍ.

3. ໂຕຖຽງຄົນທີ່ເວົ້າຕິຕຽນເພື່ອນ.

4. ຮັບຮອງຄົນທີ່ເວົ້າສັນຣະເສີນເພື່ອນ.

ທິປະຕິ 11/212

ສັງຄະຫະວັດຖຸ 4 ຢ່າງ

1. ທານໃຫ້ເປັນຂອງໆຕົ້ນແກ່ຜູ້ອື່ນ ທີ່ຄວນໃຫ້ເປັນ.

2. ບິຍະວາຈາ ເຈຣະຈາວາຈາ ທີ່ອ່ອນຫວານ.

3. ອັດຖະຈະຣິຍາ ປະພຶດສິ່ງທີ່ເປັນປະໂຍດເເກາຜູ້ອື່ນ.

4. ສະມານະຕັດຕາ ຄວາມເປັນຄົນມີຕົ້ນສະເໝີບໍຖືຕົວ.

ຄຸນທັງ 4 ຢ່າງນີ້ ເປັນເຄື່ອງຢຶດໜຽວໃຈຂອງຜູ້ອື່ນໄວໄດ້

ອໍ ຈະຕຸ ກ ກ. 21/42

ສຸກຄະຣືຫັດ 4 ຢ່າງ

1. ສຸກເກີດແຕ່ຄວາມມີຊັບ.

2. ສຸກເກີດແຕ່ການຈ່າຍຊັບບໍຣິໂພກ.

3. ສຸກເກີດແຕ່ຄວາມບໍ່ຕ້ອງເປັນໜີ້.

4. ສຸກເກີດແຕ່ປະກອບການງານທີ່ປະສາຈາກໂທດ.

ອໍ ຈະຕຸ ກ ກ.20/490

ຄວາມປາຖະໜາຂອງບຸກຄົນໃນໂລກ ທີ່ໄດ້ສົມໝາຍດ້ວຍຍາກ 4 ຢ່າງ

1. ຂໍສົມບັດຈົ່ງເກີດມີແກ່ເຮົາໂດຍທາງທີ່ຊອບ.

2. ຂໍຍົດຈົ່ງເກີດມີແກ່ເຮົາກັບຍາດພວກພ້ອງ.

3. ຂໍເຮົາຈົ່ງຮັກສາອາຍຸໃຫ້ຍືນນານ.

4. ເມື່ອສີ້ນຊັບແລ້ວ ຂໍເຮົາຈົ່ງໄປບັງເກີດໃນສະຫວັນ.

ອໍ ຈະຕຸ ກ ກ. 20/85

ທັມເປັນເຫດໃຫ້ສົມໜາຍ ມີຢູ່ 4 ຢ່າງ

1. ສັດທາສັມປະທາ  ເຖິງພ້ອມດ້ວຍສັດທາ.

2. ສິນສັມປະທາ  ເຖິງພ້ອມດ້ວຍສິນ.

3. ຈາຄະສັມປະທາ  ເຖິງພ້ອມດ້ວຍບໍລິຈາກທານ.

4. ປັນຍາສັມປະທາ  ເຖິງພ້ອມດ້ວຍປັນຍາ.

ອໍ ຈະຕຸ ກ ກ. 20/84

ຕະກຸນມັງຄັ້ງຈະຕັ້ງຢູ່ນານບໍ່ໄດ້ ເພາະສະຖານ 4

1. ບໍ່ສະແວງຫາພັດສະດຸທີ່ຫາຍເສັຍແລ້ວ.

2. ບໍ່ບູຣະນະພັດສະດຸທີ່ຄຳ່ຄ່າ.

3. ບໍ່ຈັກໃນການບໍຣິໂພກສົມບັດ.

4. ຕັ້ງສະຕຣີ ຫລື ບຸຣຸດທຸສິນໃຫ້ເປັນແມ່ເຮືອນພໍ່ເຮືອນ,ຜູ້ຫວັງຈະດຳຣົງຕະກູນຄວນເວັ້ນສະຖານ 4 ປະການນີ້ເສັຍ.

ອໍ ຈະຕຸ ກ ກ. 20/336

ທັມຂອງຄາຣະວາດ 4

1. ສັດຈະ ສັດຊື່ເເກ່ກັນ.

2. ທະມະ  ຮູ້ຈັກຂົ່ມຈິດຂອງຕົນ.

3. ຂັນຕິ  ອົດທົນ.

4. ຈາຄະ  ສະລະໃຫ້ເປັນສິ່ງຂອງໆຕົນແກ່ຄົນທີ່ຄວນ ໃຫ້ເປັນຫລື ສົມຄວນທີ່ຄວນໃຫ້.


ສໍ ສ. 15/316