วันอังคารที่ 26 มิถุนายน พ.ศ. 2561

ຮຽນຮູ້ກັບຄຳວ່າ "Valentine’s Day"


ວັນວາເລັນໄທສ ເປັນວັນຂອງນັກບຸນວາເລັນໄທສ (Saint Valentine’s Day) ຫຼື ເອີ້ນອີກຊື່ໜື່ງວ່າ ວາເລັນໄທສ (Valentine’s Day) ເຊີ່ງກົງກັບວັນ 14 ກຸມພາ ຂອງທຸກປີ. ວັນວາເລັນໄທສມີການສະຫຼອງກັນໃນຫຼາຍປະເທດທົ່ວໂລກ ແລະ ສ່ວນໃຫຍ່ແມ່ນປະເທດທາງຕາວັນຕົກ.
ວັນນັກບຸນວາເລັນໄທສ ແຕ່ກີ້ແຕ່ກ່ອນເປັນພຽງວັນສະເຫຼີມສະຫຼອງຂອງນັກບຸນໃນສາສະໜາຄຣິດ ຍຸກທໍາອິດ ທີ່ຊື່ວ່າ ວາເລັນຕິນັສ (ແຕ່ນັກບຸນຊື່ແບບນີ້ມີຫຼາຍພຣະອົງ) ໂດຍມີຄວາມໝາຍວ່າ ຄວາມຮັກໂຣແມນຕິກ, ເມື່ອຍຸກຕໍ່ມາ ວັນວາເລັນໄທສຈື່ງຖືກກໍານົດຂື້ນຄັ້ງທໍາອິດ ໂດຍ ສົມເດັດສັນຕະປາປາເກລາຊິອຸສທີ 1 ໃນ ຄ.ສ. 496 ກ່ອນຈະຖືກລົບອອກຈາກປະຕິທິນນັກບຸນທົ່ວໄປຂອງໂຣມັນ (General Roman Calendar of Saints) ໃນປີ ຄ.ສ. 1969 ໂດຍສົມເດັດສັນຕະປາປາປອລ ທີ 6.
ວັນວາເລັນໄທສມາກ່ຽວຂ້ອງກັບຮັກແບບໂຣແມນຕິກເປັນຄັ້ງທໍາອິດໃນແວດວົງສັງຄົມຂອງເຈຟຟຣິຊໍເຊີ ຊ່ວງກາງສະໄໝ (High Middle Ages) ເມື່ອປະເພນີຮັກເທີດທູນ (Courtly Love) ມີຂື້ນ ຈົນຮອກສັດຕະວັດທີ 15 ວັນວາເລັນໄທສໄດ້ມີວິວັດທະນະການເປັນໂອກາດແຫ່ງຄູ່ຮັກຕ້ອງສະແດງຄວາມຮັກແກ່ກັນໂດຍການໃຫ້ດອກໄມ້, ສົ່ງກາດອວຍພອນ ຫຼື ສົ່ງເຂົ້າໜົມເຄັກ ແລະ ອື່ນໆ..
ຫຼັກທັມໃນແງ່ຂໍ້ຄິດ..ເມື່ອວັນວາເລັນໄທສ Valentine’s Day ໃນສັງຄົມຍຸກໃໝ່ ໂດຍສະເພາະກຸ່ມໄວລຸ້ນໄດ້ໃຫ້ຄວາມໝາຍ ແລະ ຄໍານິຍາມໃໝ່ທີ່ແຕກຕ່າງອອກໄປລັກສະນະແບບນີ້ເຊັ່ນ: ບາງກຸ່ມກໍບອກວ່າເປັນວັນສະແດງຄວາມຮັກຂອງນັກບຸນແຫ່ງສາສະໜາຄິສ, ບາງກຸ່ມກໍວ່າເປັນວັນສະແດງຄວາມຮັກຂອງຄູ່ບ່າວສາວ (ເຊີ່ງເພດ), ບາງກຸ່ມກໍບອກວ່າເປັນວັນແຫ່ງຄວາມຮັກຂອງທຸກຄົນບໍ່ວ່າຈະໄປເປັນບ່າວສາວ ຫຼື ບໍ່ແມ່ນບ່າວສາວກໍສາມາດບອກຮັກກັນໄດ້...ໃນຄວາມຈີງນັ້ນວັນວາເລັນໄທສກໍຄືວັນແຫ່ງຄວາມຮັກ ທີ່ເດີມແມ່ນວັນທີເກີດຈາກນັກບຸນແຫ່ງສາສະໜາຄິສໄດ້ສະແດງຄວາມຮັກຕໍ່ກັນໂດຍຄວາມຖືເປັນມະນຸດຊາດຮ່ວມກັນທີ່ຕໍ່ມີຈິດວິນຍານແຫ່ງຄວາມຮັກນັ້ນເອງ.
ສະນັ້ນໃນວັນວາເລັນໄທສປີນີ້ (14 ກຸມພາ) ຈື່ງຢາກຈະຝາກຂໍ້ຄິດແງ່ທັມທາງພຸດທະສາສະໜາໃນເຮົາທຸກຄົນໄດ້ໃຫ້ທ່ານຜູ້ມີຄວາມຮັກທັງຫຼາຍຈົ່ງພະຍາຍາມນິຍາມຄວາມຮັກແບບຊູ້ສາວບ່າວນາງ ມາເປັນຄວາມຮັກແບບເອື້ອອາທອນຕໍ່ກັນ ແລະ ທາງພຸດທະສາສະໜາເພີ່ນກໍໄດ້ສອນໄວ້ໃນຫຼັກພຣົມມະວິຫານລະທັມ 4 ປະການທີ່ມະນຸດບໍ່ວ່າຊາດໃດບົນໂລກນີ້ຄວນຈະມີຕໍ່ກັນຄື:
1. ເມດຕາທັມ.. ຄືຄວາມມີເມດຕາຕໍ່ກັນສະເໝີ ເຊັ່ນພໍ່ແມ່ມີຄວາມເມດຕໍ່ລູກໆ, ລູກກໍ່ມີຄວາມເມດຕາຕໍ່ພໍ່ແມ່, ຜົວເມຍມີຄວາມເມດຕາຕໍ່ກັນ, ຄູ່ບ່າວສາວກໍ່ຕ້ອງມີຄວາມເມດຕາເຊີ່ງກັນແລະກັນເປັນຕົ້ນ ດັ່ງທີ່ພຣະພຸດທະເຈົ້າໄດ້ຕັສວ່າ “ ເມດຕາຄືເຄື່ອງຄໍ້າຈູນໂລກ”
2. ກະຣຸນາທັມ ຄືຄວາມມີຈິດໃຈທີ່ສົງສານ ອິນດູ ແລະຢາກຈະຊ່ວຍເຫຼືອເມື່ອເຫັນຜູ້ອື່ນທີ່ດ້ອຍກວ່າເຮົາ, ຕົກທຸກໄດ້ຍາກ ຫຼືຊ່ວຍເຫຼືອຄົນອື່ນໆ ເຊັ່ນ ຄົນຂໍທານ, ຄົນມີໂຣກໄພ, ຄົນບໍ່ມີໂອກາດ ແລະຄົນຂາດທີ່ເພິ່ງໃນດ້ານຕ່າງໆ ໃນການປະຄອງຊິວິດ ເປັນຕົ້ນ.
3. ມຸທິຕາທັມ ຄືຄວາມຍີນດີ, ສະແດງຄວາມຍີນດີ, ມີທັດສະນະແນວຄິດໃນເຊີງບວກ, ມີຄວາມມ່ວນຊື່ນ, ໂອບເອື້ອອາຣີ ອາທອນ ແລະມີຄວາມໄວ້ໃຈກັນ ເຊັ່ນເມື່ອເຫັນເຂົາປະສົບຄວາມສໍາເລັດກໍ່ຄ່ອຍຍີນດີຕາມ, ເມື່ອເຫັນເຂົາໄດ້ດີ ກໍເຂົ້າໄປສະແດງຄວາມຍີນດີ ແລະຊື່ນຊົມ ອະນຸໂມທະນານໍາ.
4. ອຸເບກຂາທັມ ຄືຄວາມເປັນຄົນຍຸດຕິທັມ, ເປັນຄົນສະເໝີຕົ້ນ ສະເໝີປາຍ, ມີແນວຄວາມຄິດເປັນທັມ ແລະມີສິນສະເໝີກັນ ແລະບໍ່ມີອະຄະຕິໃດໆຕໍ່ກັນ.
ສະນັ້ນ ໃນວັນວາເລັນໄທສນີ້ຈື່ງຂໍອວຍພອນໃຫ້ທ່ານຜູ້ໃຝ່ປາດຖະໜາຄວາມຮັກທັ້ງຫຼາຍຈົ່ງມີແຕ່ຄວາມຮັກອັນບໍລິສຸດ, ອັນຫອມຫວນ, ອັນມີຢູ່ໃນສິນ, ໃນຄອງທັມ ແລະຈົ່ງຮັກກັນຍາວນານດ້ວຍເທີນຯ.


ไม่มีความคิดเห็น:

แสดงความคิดเห็น