วันพุธที่ 27 มิถุนายน พ.ศ. 2561

"ຄຳສັບບາງທ້ອງຖິ່ນໃນປະເທດລາວ"


01.ຢະເອີຍ-ປາດຕິໂທ!

02.ຄວາມຫຼາຍ-ເວົ້າເກີນ, ຂີ້ໂມ້

03.ອີສັງ-ແມ່ນຫຍັງ

04.ບໍ່ຈັກ-ບໍ່ຮູ້

05.ອາຫຼີ-ແມ່ນແທ້

06.ຈັ່ງວ່າ-ບໍ່ຮູ້ເດີ, ບໍ່ແນ່ໃຈ

07.ເປັນສັງ-ເປັນຫຍັງບໍ່

08.ຮື້-ບໍ່

09.ແອ້-ອ້າວ

10.ຮ້ວຍ-ຂື້ນສຽງສະແດງອາການບໍ່ພໍໃຈ

11.ຈັ່ງແມ່ນຊາດ-ເຫຼືອໃຈ

12.ອຸກອັ່ງ-ອູກໃຈ

13.ເບິດແລ້ວ-ໝົດແລ້ວ

14.ຕອນນັ້ນຫະ-ຕອນນັ້ນຫັ້ນ

15.ບໍ່ໄດ້ໄປຈັກເມັດ-ບໍ່ໄດ້ໄປຈັກເທື່ອ

16.ບໍ່ໄດ້ພໍດີ້-ບໍ່ໄດ້ຊ້ຳ

17.ຫັ້ນຕິ-ເອີແມ່ນແລ້ວ

18.ມືດຕຶບ-ງົງ, ບໍ່ຮູ້

19.ເວົ້າໄປ-ເວົ້າບໍ່ຮູ້ຢຸດ, ເວົ້າຊູມສີ່ຊຸມຫ້າ

20.ມົ້ມ-ບໍ່ໄດ້ອອກໄປໃສ

21.ສຸກກ່ອນເຫີ່ມ-ມີລູກກ່ອນແຕ່ງງານ

22.ຫາມຜີຕົກປ່າຊ້າ-ດີຫຼືຮ້າຍກໍຕ້ອງຍອມຮັບ

23.ກະແດະ-ຫຼິ້ນໂຕ

24.ໝາກຜຸກ-ໝາກສົ້ມໂອ

25.ກະດັກກະດໍ້-ເອົາແທ້ເອົາວາ, ເອົາຈິງເອົາຈັງ

26.ແອບເຂົ້າ-ຕິບເຂົ້າ

27.ເຈົ້າໍຊູ້-ງາມ, ຫຼໍ່ ແລະ ມີສະເໜ່

28.ຊູ້-ຄົນທີ່ມີຄວາມຮັກກັບເມຍ, ຜົວຂອງຜູ້ອື່ນ

29.ແຈບມັບ-ຕາຍ, ມິດຈີ່ລີ່

30.ໝາກໂອຍ-ໝາກສີດາ

31.ໝາກເດີຍ-ໝາກສາລີ

32.ຫຼົວ-ຟືນ

33.ອິ້ນ-ຫຼິ້ນ

34.ຢູ່ກາເລີ-ຢູ່ໃສ

35.ຫອມໄທ-ຫອມເປ

36.ເຮັດອັນເລີ-ເຮັດຫຍັງ

37.ໄປອ່ຽວສາວ-ໄປຫຼິ້ນສາວ

38.ຂີ້ເຮິະ-ຂີ້ຮ້າຍ

39.ມັນກຽວ-ມັນດ້າງ

40.ໜ້າອາງ-ໜ້າເອິກ

41.ກະບານ-ຊາມ

42.ຢ່າເອ່-ຢ່າເຮັດ

43.ເປິ້ນ-ເພິ່ນ

44.ສູເຈົ້າ-ພວກເຈົ້າ

45.ທຸກຄະຕະ-ທຸກຍາກໄຮ້ເຂັນໃຈ

46.ຈິນເຂົ້າ-ກິນເຂົ້າ

47.ໝາກເອືອດ-ໝາກເຜັດ

48.ເຈັບຫ້ອງ-ເຈັບທ້ອງ

49.ແຫນ-ແຂນ

50.ອ່ຳຖ່ຳ-ສີອ່ຳໆ

วันอังคารที่ 26 มิถุนายน พ.ศ. 2561

ສົມທຽບສາສະຫນາພຸດຢູ່ລາວ ແລະ ຍີ່ປຸ່ນ


ພຸດທະສາສະໜາ ກໍເປັນອີກສາສະໜາໜຶ່ງທີ່ມີຄວາມເຊື່ອ, ພິທີກຳຕ່າງໆທີ່ຕິດພັນກັບວິຖີຊີວິດເວົ້າລວມ, ເວົ້າສະເພາະແລ້ວແມ່ນຄົນລາວ ແລະ ຄົນຍີ່ປຸ່ນ ເຊິ່ງໃນນັ້ນຊົງມີພຣະພຸດທະເຈົ້າເປັນປະມຸກປະທານໃນການກໍຕັ້ງບຳເພັນພຽນພາວະນາໃນທາງທີ່ຊອບອັນປະກອບໄປດ້ວຍຄຸນນະທຳທັງໝົດທັງມວນ ຈົນໄດ້ຂະໜານນາມວ່າ: ພຣະສາດສະດາເອກຂອງໂລກ.
ພຣະພຸດທະສາສະໜາ ຫຼື ສາສະໜາພຸດ ເປັນສາສະໜາທີ່ມຸ່ງເນັ້ນເພື່ອການພົ້ນໄປຈາກຄວາມທຸກ ແລະ ສອນໃຫ້ຮູ້ຈັກກັບຄວາມທຸກ ແລະ ວິທີການທີ່ຈະຫຼຸດພົ້ນຈາກຄວາມທຸກທັງປວງ ຫຼື ເອີ້ນວ່າ ອະວິຊຊາ (ຄວາມບໍ່ຮູ້ຄວາມຈິງໃນທັມມະຊາດ) ອັນເປັນເຫດໃຫ້ເກີດຄວາມທຸກທັງປວງຄື ໂລພະ (ຄວາມໂລບ), ໂທສະ (ຄວາມໂກດ) ແລະ ໂມຫະ (ຄວາມຫຼົງ)ເນັ້ນການເຮັດຄວາມເຂົ້າໃຈ ແລະ ປະຕິບັດດ້ວຍປັນຍາ ແລະ ພິສູດໃຫ້ຮູ້ເຖິງຄວາມຈິງ. ເຫັນເຫດຜົນວາ່ສິ່ງນີ້ມີ ສິ່ງນັ້ນຈິ່ງຄ່ອຍມີ ແລະ ຄວາມເປັນໄປຕາມທັມມະຊາດ ແລະ ສັດໂລກທີ່ເປັນໄປຕາມກົດແຫ່ງກັມ ດ້ວຍຄວາມບໍ່ປະໝາດໃນຊີວິດໃຫ້ມີຄວາມສຸກໃນຊາດນີ້ ແລະ ຊາດຕໍ່ໆໄປດ້ວຍການສະສົມບຸນປາຣະມີຕະຫຼອດເຖິງຜູ້ປາດຖະໜາໃນພຣະນິບພານ.
ພຣະພຸດທະເຈົ້າ ຫມາຍເຖິງຜູ້ກໍ່ຕັ້ງພຣະພຸດທະສາດສະຫນາກ່ອນຄ.ສ ໕໖໓ ກໍາເນີດໃນເຊື້ອສາຍສາກະຍະວົງ ແຫ່ງເມືອງກະບີນລະພັດ ປະເທດອິນເດຍ ເດີມຊື່ສິດທັດຖະ ແປວ່າຜູ້ສຳເລັດທຸກຄວາມປາຖະນາ. ຄົນສາສະນາອື່ນ ເອີ້ນ: ພຣະໂຄດົມ, ພຣະໂຄຕະມະ ເຊິ່ງຄຳເອີ້ນ ທຳມະດາ ພຣະພຸດທະອົງ/ພຣະບໍຣົມມະສາດສະດາ, ພຣະສັມມາສັມພຸດທະເຈົ້າ, ພຣະສາກະຍະມຸນີ, ພຣະສັບພັນຍູ, ພຣະຊິນນະສີ, ພຣະທະສະພະລະຍານ,ພຣະຕະຖາຄົດ ແມ່ນຊາວພຸດ ແລະ ສາວົກ ເອີ້ນເພື່ອຍົກສູງສັມມະນະສັກຕາມຄວາມສັດທາ.
ສາສະໜາພຸດຢູ່ໃນປະເທດລາວ
ປະເທດລາວກໍເປັນອີກປະເທດໜຶ່ງທີ່ໄດ້ຍອມຮັບນັບຖືພຣະພຸດທະສາສະໜາມາແຕ່ປູ່ສັງກະສາຍ່າສັງກະສີມາແຕ່ບູຮານນະການ ລາວເຮົາແມ່ນໄດ້ນັບຖືນິກາຍຫິນະຍານ ເຖຣະວາດ ໂດຍພາຍໃຕ້ການປົກຄອງຂອງອົງການພຣະພຸດທະສາສະໜາສຳພັນລາວ ໂດຍຕິດພັນກັບຮີດຄອງປະເພນີ ວັດທະນະທໍາລາວມາແຕ່ໃດມາ ເຊິ່ງມີຄວາມຈະເລີນທາງກາຍ ແລະ ຈິດໃຈ ລວມເຖິງສາສະໜາວັດຖຸ ແລະ ວັດວາອາຮາມມີຄວາມຈະເລີນຮຸ່ງເຮຶອງມາແຕ່ເໜືອຈົນຮອດໃຕ້
ນິກາຍຫິນະຍານເຖຣະວາດ ແມ່ນອີງຕາມກົກເຄົ້າເດີມຂອງທຳມະວິໃນບໍ່ມີການປ່ຽນແປງ ຄໍາສອນແມ່ນອີງໃສ່ພຣະໄຕຣປີດົກ ມີ 3 ໝວດໃຫຍ່ດ້ວຍກັນຄື:ພຣະວິໃນ,ພຣະສູດ ແລະ ພຣະອະພິທໍາ ລວມທັງໝົດ 84,000 ພັນພຣະທັມມະຂັນໂດຍມີ ສິນ, ສະມາທິ ແລະ ປັນຍາ ມີອະຣິຍະສັດ 4 ມັກມີອົງ 8 ເປັນແກ່ນທໍາສໍາລັບຫຼັກປະຕິບັດແມ່ນຖືສິນເປັນຫຼັກຕາມສະພາວະຂອງໃຜລາວ ພຣະຖືສິນ 227 ຂໍ້ ສຳມະເນນຖືສິນ 10 ຂໍ້ ອຸບາສົກ ອຸບາສິກາຖືສິນ 5 ຂໍ້ ນອກນັ້ນຍັງປະຕິບັດຄື:ການທຳຄວາມດີເຮັດໃຫ້ຈິດໃຈສະຫງົບສຸກສະບາຍ ເພື່ອໃຫ້ທຸກຄົນມີຄວາມຜາສຸກ ພົ້ນຄວາມທຸກຍາກລຳບາກ ລະເວັ້ນຄວາມຊົ່ວທັງປວງ.
ສາສະໜາພຸດຢູ່ໃນປະເທດຍີ່ປຸ່ນ
ພຸດທະສາສະໜາເຂົ້າສູ່ປະເທດຍີ່ປຸ່ນໂດຍຜ່ານເກົາຫຼີໃນວັນທີ 12 ຕຸລາ ພ.ສ 1095 ຄ.ສ 552 ໂດຍການສົ່ງພຣະພຸດທະຮູບ, ຄໍາພີທີ່ເປັນຄໍາສອນ ແລະ ພະລາຊະສານມາໃນປີ ພ.ສ 1177 ຄ.ສ 634 ສາສະໜາໄດ້ຈະເລີນຮຸ່ງເຮືອງປະຊາຊົນຕ່າງກໍເຫຼື້ອມໃສສັດທາມີການສ້າງວັດວາອາຮາມຫຼາຍແຫ່ງຂຶ້ນໃນຍຸກໂຣໂກະ, ການນັບຖືສາສະໜາພຸດໃນປະເທດຍີ່ປຸ່ນເຂົາເຈົ້າໄດ້ນັບຖືນິກາຍມະຫາຍານ ເຊິ່ງແຕກຕ່າງຈາກລາວເຮົາເພາະລາວເຮົານັບຖືນິກາຍເຖລະວາດ ນິກາຍມະຫາຍານເປັນນິກາຍໃນສາສະໜາພຸດຝ່າຍອາຈາຣິຍະວາດ ຈຸດເດັ່ນຂອງນິກາຍນີ້ຢູ່ທີ່ແນວຄິດເລື່ອງການບໍາເພັນພຽນຕົນເປັນພຣະໂພທິສັດ ສ້າງປາລະມີເພື່ອຊ່ວຍເຫຼືອສັບພະສິ່ງທີ່ມີຊີວິດໃນໂລກໄປສູ່ຄວາມພົ້ນທຸກ ຍ້ອນເຫດທີ່ມີຜູ້ນັບຖືຢູ່ໃນຫຼາຍໆປະເທດແຖບເໜືອຈິ່ງເອີ້ນໄດ້ອີກຊື່ໜຶ່ງວ່າ: ອຸດຕະຣະນິກາຍ ສະເພາະຢູ່ໃນປະເທດຍີ່ປຸ່ນນິກາຍນີ້ກໍແມ່ນມີການປະຕິບັດຄໍາສັ່ງສອນ ແລະ ເຊື່ອໃນສະລິລະຮ່າງກາຍຂອງມະນຸດສາມາດພັດທະນາຈິດໃຈສູ່ຄວາມເປັນມະນຸດທີ່ສົມບູນແບບ ຜົນຂອງການກະທໍາຂອງຕົນເອງຈະສົ່ງຜົນສະທ້ອນໃຫ້ແກ່ສິ່ງນັ້ນໆ ການອ້ອນວອນພຣະຜູ້ເປັນເຈົ້າ ແລະ ສິ່ງສັກສິດນອກກາຍຄື: ໃຫ້ຮູ້ຈັກເພິ່ງຕົນເອງເພື່ອໃຫ້ພົ້ນຈາກທຸກ, ສ້າງກໍາລັງ, ສ້າງສະຕິ ແລະ ປັນຍາດ້ວຍພຣະທໍາຄໍາສັ່ງສອນຂອງພຣະພຸດທະເຈົ້າ (ອັດຕາຫິ ອັດຕະໂນ ນາໂຖ ຕົນແລເປັນທີ່ເພິ່ງຂອງຕົນ).
ການຂະຫຍາຍຕົວຂອງປະເທດຊາດພາໃຫ້ສາສະໜາຂະຫຍາຍຕົວ ແລະ ແຍກອອກເປັນຫຼາຍນິກາຍຢູ່ໃນປະເທດຍີ່ປຸ່ນມີດັ່ງນີ້:
- ນິກາຍເຊັນຮອນ ສອນໃຫ້ມະນຸດໃຊ້ຊີວິດແບບງ່າຍດາຍ ໃຫ້ເຂົ້າເຖິງພະໂພທິສັດ, ນິກາຍນີ້ຄົນຊັ້ນສູງ ແລະ ນັກບວດນິຍົມຫຼາຍ.
- ນິກາຍຮັອດໂຊ ນັບຖືທາງທໍາຢ່າງດຽວຈົນກວ່າຈະເຖິງ ແລະ ມີຄວາມຮູ້ສຶກເຖິງພຣະພຸດທະເຈົ້າຢູ່ໃນໃຈ ແລ້ວກໍຈະບັນລຸທໍາໄດ້.
- ນິກາຍເຄງອນ ມີຫຼັກຄໍາສອນຕາມນິກາຍຕັນຕະ ສອນໃຫ້ບັນລຸພະໂພທິຍານ ດ້ວຍການສູດມົນອ້ອນວອນຖືຄໍາພີເອົາໄວ້, ສູດໄຫວ້ຈົນສໍາເລັດຖືວ່າເປັນເລື່ອງທີ່ສໍາຄັນ.
- ນິກາຍວິໄນ ມີຫຼັກທໍາຄໍາສອນເປັນພຣະທໍາຊັ້ນສູງ ບູຊາພຣະພຸດທະເຈົ້າອົງປັດຈຸບັນ ແລະ ພຣະໂພທິສັດ
- ນິກາຍໂຈຈິຊຸ ນິກາຍນີສອນໄວ້ວ່າ ຜູ້ທີ່ບວດກໍສາມາດໃຊ້ຊີວິດຕາມປົກກະຕິໄດ້, ສາມາດມີເມຍໄດ້, ສັນເນື້ອສັດ ແລະ ໃຊ້ຊີວິດຄືກັນກັບຄົນທໍາມະດາໄດ້.
ສະຫຼຸບ
ຜ່ານການສັງລວມແລ້ວ ເຮົາສາມາດເວົ້າໄດ້ວ່າລະຫວ່າງສາສະໜາພຸດຢູ່ລາວ ແລະ ຢູ່ຍີ່ປຸ່ນແມ່ນມີພາກສ່ວນໜຶ່ງທີ່ຄ້າຍຄືກັນ, ມີສ່ວນໜຶ່ງອີກທີ່ແຕກຕ່າງກັນ ຍ້ອນວ່າປະເທດລາວ ແລະ ປະເທດຍີ່ປຸ່ນມີຄວາມເຊື່ອ, ຮູບແບບການດໍາລົງຊີວິດແຕກຕ່າງກັນເຮັດໃຫ້ການນັບຖືມີຄວາມແຕກຕ່າງເວົ້າສະເພາະ.ເວົ້າລວມແລ້ວສາສະໜາພຸດໄດ້ຕິດພັນກັບການດຳລົງຊີວິດຂອງມວນມະນຸດໃນທົ່ວໂລກທີ່ນັບຖືສາສະໜາພຸດດ້ວຍກັນ.

ຮຽນຮູ້ກັບຄຳວ່າ "Valentine’s Day"


ວັນວາເລັນໄທສ ເປັນວັນຂອງນັກບຸນວາເລັນໄທສ (Saint Valentine’s Day) ຫຼື ເອີ້ນອີກຊື່ໜື່ງວ່າ ວາເລັນໄທສ (Valentine’s Day) ເຊີ່ງກົງກັບວັນ 14 ກຸມພາ ຂອງທຸກປີ. ວັນວາເລັນໄທສມີການສະຫຼອງກັນໃນຫຼາຍປະເທດທົ່ວໂລກ ແລະ ສ່ວນໃຫຍ່ແມ່ນປະເທດທາງຕາວັນຕົກ.
ວັນນັກບຸນວາເລັນໄທສ ແຕ່ກີ້ແຕ່ກ່ອນເປັນພຽງວັນສະເຫຼີມສະຫຼອງຂອງນັກບຸນໃນສາສະໜາຄຣິດ ຍຸກທໍາອິດ ທີ່ຊື່ວ່າ ວາເລັນຕິນັສ (ແຕ່ນັກບຸນຊື່ແບບນີ້ມີຫຼາຍພຣະອົງ) ໂດຍມີຄວາມໝາຍວ່າ ຄວາມຮັກໂຣແມນຕິກ, ເມື່ອຍຸກຕໍ່ມາ ວັນວາເລັນໄທສຈື່ງຖືກກໍານົດຂື້ນຄັ້ງທໍາອິດ ໂດຍ ສົມເດັດສັນຕະປາປາເກລາຊິອຸສທີ 1 ໃນ ຄ.ສ. 496 ກ່ອນຈະຖືກລົບອອກຈາກປະຕິທິນນັກບຸນທົ່ວໄປຂອງໂຣມັນ (General Roman Calendar of Saints) ໃນປີ ຄ.ສ. 1969 ໂດຍສົມເດັດສັນຕະປາປາປອລ ທີ 6.
ວັນວາເລັນໄທສມາກ່ຽວຂ້ອງກັບຮັກແບບໂຣແມນຕິກເປັນຄັ້ງທໍາອິດໃນແວດວົງສັງຄົມຂອງເຈຟຟຣິຊໍເຊີ ຊ່ວງກາງສະໄໝ (High Middle Ages) ເມື່ອປະເພນີຮັກເທີດທູນ (Courtly Love) ມີຂື້ນ ຈົນຮອກສັດຕະວັດທີ 15 ວັນວາເລັນໄທສໄດ້ມີວິວັດທະນະການເປັນໂອກາດແຫ່ງຄູ່ຮັກຕ້ອງສະແດງຄວາມຮັກແກ່ກັນໂດຍການໃຫ້ດອກໄມ້, ສົ່ງກາດອວຍພອນ ຫຼື ສົ່ງເຂົ້າໜົມເຄັກ ແລະ ອື່ນໆ..
ຫຼັກທັມໃນແງ່ຂໍ້ຄິດ..ເມື່ອວັນວາເລັນໄທສ Valentine’s Day ໃນສັງຄົມຍຸກໃໝ່ ໂດຍສະເພາະກຸ່ມໄວລຸ້ນໄດ້ໃຫ້ຄວາມໝາຍ ແລະ ຄໍານິຍາມໃໝ່ທີ່ແຕກຕ່າງອອກໄປລັກສະນະແບບນີ້ເຊັ່ນ: ບາງກຸ່ມກໍບອກວ່າເປັນວັນສະແດງຄວາມຮັກຂອງນັກບຸນແຫ່ງສາສະໜາຄິສ, ບາງກຸ່ມກໍວ່າເປັນວັນສະແດງຄວາມຮັກຂອງຄູ່ບ່າວສາວ (ເຊີ່ງເພດ), ບາງກຸ່ມກໍບອກວ່າເປັນວັນແຫ່ງຄວາມຮັກຂອງທຸກຄົນບໍ່ວ່າຈະໄປເປັນບ່າວສາວ ຫຼື ບໍ່ແມ່ນບ່າວສາວກໍສາມາດບອກຮັກກັນໄດ້...ໃນຄວາມຈີງນັ້ນວັນວາເລັນໄທສກໍຄືວັນແຫ່ງຄວາມຮັກ ທີ່ເດີມແມ່ນວັນທີເກີດຈາກນັກບຸນແຫ່ງສາສະໜາຄິສໄດ້ສະແດງຄວາມຮັກຕໍ່ກັນໂດຍຄວາມຖືເປັນມະນຸດຊາດຮ່ວມກັນທີ່ຕໍ່ມີຈິດວິນຍານແຫ່ງຄວາມຮັກນັ້ນເອງ.
ສະນັ້ນໃນວັນວາເລັນໄທສປີນີ້ (14 ກຸມພາ) ຈື່ງຢາກຈະຝາກຂໍ້ຄິດແງ່ທັມທາງພຸດທະສາສະໜາໃນເຮົາທຸກຄົນໄດ້ໃຫ້ທ່ານຜູ້ມີຄວາມຮັກທັງຫຼາຍຈົ່ງພະຍາຍາມນິຍາມຄວາມຮັກແບບຊູ້ສາວບ່າວນາງ ມາເປັນຄວາມຮັກແບບເອື້ອອາທອນຕໍ່ກັນ ແລະ ທາງພຸດທະສາສະໜາເພີ່ນກໍໄດ້ສອນໄວ້ໃນຫຼັກພຣົມມະວິຫານລະທັມ 4 ປະການທີ່ມະນຸດບໍ່ວ່າຊາດໃດບົນໂລກນີ້ຄວນຈະມີຕໍ່ກັນຄື:
1. ເມດຕາທັມ.. ຄືຄວາມມີເມດຕາຕໍ່ກັນສະເໝີ ເຊັ່ນພໍ່ແມ່ມີຄວາມເມດຕໍ່ລູກໆ, ລູກກໍ່ມີຄວາມເມດຕາຕໍ່ພໍ່ແມ່, ຜົວເມຍມີຄວາມເມດຕາຕໍ່ກັນ, ຄູ່ບ່າວສາວກໍ່ຕ້ອງມີຄວາມເມດຕາເຊີ່ງກັນແລະກັນເປັນຕົ້ນ ດັ່ງທີ່ພຣະພຸດທະເຈົ້າໄດ້ຕັສວ່າ “ ເມດຕາຄືເຄື່ອງຄໍ້າຈູນໂລກ”
2. ກະຣຸນາທັມ ຄືຄວາມມີຈິດໃຈທີ່ສົງສານ ອິນດູ ແລະຢາກຈະຊ່ວຍເຫຼືອເມື່ອເຫັນຜູ້ອື່ນທີ່ດ້ອຍກວ່າເຮົາ, ຕົກທຸກໄດ້ຍາກ ຫຼືຊ່ວຍເຫຼືອຄົນອື່ນໆ ເຊັ່ນ ຄົນຂໍທານ, ຄົນມີໂຣກໄພ, ຄົນບໍ່ມີໂອກາດ ແລະຄົນຂາດທີ່ເພິ່ງໃນດ້ານຕ່າງໆ ໃນການປະຄອງຊິວິດ ເປັນຕົ້ນ.
3. ມຸທິຕາທັມ ຄືຄວາມຍີນດີ, ສະແດງຄວາມຍີນດີ, ມີທັດສະນະແນວຄິດໃນເຊີງບວກ, ມີຄວາມມ່ວນຊື່ນ, ໂອບເອື້ອອາຣີ ອາທອນ ແລະມີຄວາມໄວ້ໃຈກັນ ເຊັ່ນເມື່ອເຫັນເຂົາປະສົບຄວາມສໍາເລັດກໍ່ຄ່ອຍຍີນດີຕາມ, ເມື່ອເຫັນເຂົາໄດ້ດີ ກໍເຂົ້າໄປສະແດງຄວາມຍີນດີ ແລະຊື່ນຊົມ ອະນຸໂມທະນານໍາ.
4. ອຸເບກຂາທັມ ຄືຄວາມເປັນຄົນຍຸດຕິທັມ, ເປັນຄົນສະເໝີຕົ້ນ ສະເໝີປາຍ, ມີແນວຄວາມຄິດເປັນທັມ ແລະມີສິນສະເໝີກັນ ແລະບໍ່ມີອະຄະຕິໃດໆຕໍ່ກັນ.
ສະນັ້ນ ໃນວັນວາເລັນໄທສນີ້ຈື່ງຂໍອວຍພອນໃຫ້ທ່ານຜູ້ໃຝ່ປາດຖະໜາຄວາມຮັກທັ້ງຫຼາຍຈົ່ງມີແຕ່ຄວາມຮັກອັນບໍລິສຸດ, ອັນຫອມຫວນ, ອັນມີຢູ່ໃນສິນ, ໃນຄອງທັມ ແລະຈົ່ງຮັກກັນຍາວນານດ້ວຍເທີນຯ.